
ແຕ່ກີ້ແຕ່ກ່ອນມີແມວໂຕໜຶ່ງ
ເອົາກະຕ່າກົ້ນຂາດສຸບຄໍໄວ້ແລ້ວທຳທ່າວ່າໂຕເອງຖືສິນກິນທານ.
ຕໍ່ມາມື້ໜຶ່ງ ພວກໜູກາຍມາເຫັນຈຶ່ງເອີ້ນຖາມວ່າ“ລຸງແມວເອີຍ! ເປັນຫຍັງລຸງຈຶ່ງບໍໄປຊອກຢູ່ຫາກິນແດ່?”
ແມວຕອບວ່າ:“ແຕ່ກ່ອນລຸງໄດ້ກິນໜູເປັນອາຫານ,ໄດ້ສ້າງບາບສ້າງກຳມາຫຼາຍແລ້ວ,ຕັ້ງແຕ່ນີ້ຕໍ່ໄປລຸງຈະບໍ່ກິນຊີ້ນ, ກິນປາ ອີກແລ້ວ.ລຸງຈະກິນແຕ່ຜັກ,ກິນຫຍ້າ,ກິນໜໍ່ໄມ້ ຖືສິນກິນທານ.ເມື່ອເວລາຕາຍຈະບໍ່ໄດ້ມີເວນກຳກັບໃຜອີກ ໃນຊາດໜ້າແລະ ຈະບໍໄດ້ໄປຕົກໝໍ້ນາຮົກ.”

ເມື່ອໜູໄດ້ຟັງແມວເວົ້າແນວນັ້ນກໍ່ຄຶດວ່າ:ແມວຖືສິນກິນທານແທ້,ຈຶ່ງຈັດຝຽນກັນມາບົວລະບັດຮັກສາ,ເກັບຜັກ,ຫັກໝໍ່ ແລະ ຫຍ້າມາຕ້ອນມາຝາກ ແມວທຸກວັນ.
ຫຼາຍວັນຕໍ່ມາແມວບໍສາມາດກິນແຕ່ຜັກແຕ່ໝໍ່ແຕ່ຫຍ້າຕາງຊີ້ນ,ຕາງປາໄດ້,ຈຶ່ງລັກຈັບໜູທີ່ມາບົວລະບັດຮັກສາໃນແຕ່ລະວັນກິນເປັນອາຫານມື້ລະໂຕສອງໂຕຕາມແຕ່ອາກາດອຳນວຍ.

ດັ່ງນັ້ນ, ຕໍ່ມາບໍດົນນັບແຕ່ໜູໄດ້ພົບປະໃກ້ຊິດຕິດແທດກັບແມວ ປາກົດວ່າ:ຈຳນວນໜູໄດ້ຫຼຸດນ້ອຍລົງ,ຕົກມາມື້ໜຶ່ງພວກໜູທີ່ອອກໄປຫາກິນຕາມແຄມປ່າໄດ້ເຫັນຂີ້ແມວທີ່ເຕັມໄປດ້ວຍຂົນໜູ.ໜູຈຶ່ງຮູ້ວ່າແມວບໍ່ໄດ້ຖືສິນກິນທານແທ້ແມວເປັນຜູ້ລອກລວງ.ແຕ່ນັ້ນມາແມວຈຶ່ງຄວັດດິນຖົມຂີ້ຕົນເອງເພື່ອບໍ່ໃຫ້ໜູເຫັນ.ສ່ວນໜູກໍ່ຄວັດຮູຢູ່ຕາມແຖວປ່າເພື່ອລີ້ແມວ.ແມວ ແລະ ໜູຈຶ່ງບໍ່ພົບປະເປັນເພື່ອສະຫາຍກັນຈົນເຖິງທຸກວັນນີ້.
