EPISODE
ເປັນນິິທານທີ່ເວົ້າເຖິງຊາວນາຜູ້ໜຶ່ງທີ່ລ້ຽງໄກ່ ແລະ ໄກ່ອອກໄຂ່ເປັນຄຳທຸກມື້ ມື້ລະ 1 ໜ່ວຍ ເຮັດໃຫ້ຊາວນາລ້ຳລວຍຂຶ້ນເລື້ອຍໆ ແຕ່ຍ້ອນຄວາມໂລບມາກໂລພາ ແລະ ຂາດສະຕິລາວເລີຍຕັດສິນໃຈຜ່າທ້ອງໄກ່ ເພື່ອຄິດຈະເອົາຄຳທັງໝົດທີ່ມີໃນທ້ອງບາດດຽວ ແຕ່ຫຼັງຈາກທີ່ຜ່າທ້ອງໄກ່ແລ້ວບໍ່ເຫັນມີຄຳຄືທີ່ຄິດໄວ້ ຊ້ຳບໍ່ໜຳຍັງເສຍໄກ່ໄປລ້າໆ. ສຸດທ້າຍ ຊາວນາຜູ້ນັ້ນກໍຄິດກິນແໜງ ແລະ ເສຍດາຍສິ່ງທີ່ມີຄ່າໄປໃນພິບຕາດຽວ.
ເລື່ອງນີ້ສອນໃຫ້ຮູ້ວ່າ ຢ່າເປັນຄົນໂລບມາກໂລພາ ຄວນພໍໃຈໃນສິ່ງທີ່ຕົນມີ ແລະ ມີສະຕິໃນການໃຊ້ຊີວິດ.
ເລື່ອງໂດຍ: ສອນສຸລິລັດ ວົງສຸລິນ
ແຕ້ມໂດຍ: ບຸນປະສົງ ພານາວິນ

ນິທານ ເລື່ອງ: ໄກ່ໄຂ່ເປັນຄຳ ມິ່ງ (ອາຍຸ 30 ປີປາຍ)